ISO 9001:2008 ຄໍາຄິດເຫັນຕໍ່ການບໍລິການ
ປະຫວັດຫຍໍ້ຂອງບໍລິສັດ ບໍລິສັດ ລາວເດີນອາກາດ ສ້າງຕັ້ງຂຶ້ນໃນປີ 2002, ໂດຍຈຸດປະສົງ ເພື່ອບໍລິການ ຮັບໃຊ້ຂົນສົ່ງທາງອາກາດດ້ວຍຍົນເຮລິຄອບເຕີ້ແລະຍົນປີກ. ເຊິ່ງໃຫ້ບໍລິການທັງພາກລັດ ແລະ ເອກະຊົນ. ນອກນັ້ນຍັງບິນສຳຫລວດປ່າ, ສຳຫລວດທາງ, ສຳຫລວດເຄື່ອນໄຟຟ້ານ້ຳຕົກ, ຖ່າຍພາບທາງອາກາດ ແລະ ທ່ອງທ່ຽວ. ບໍລິສັດ ຍັງເປີດບໍລິການສາຍການບິນພາຍ ໃນປະເທດໄປຍັງ ແຂວງ ຜົ້ງສາລີ, ໄຊຍະບູລີ ແລະ ຊຳເໜືອ ດ້ວຍຍົນປີກເຊັດສ໌ນາ ເກຣນຄາລາວານດ ເຊິ່ງຜະລິດ ແລະ ນຳເຂົ້າຈາກປະເທດສະຫະລັດອາເມລິກາ ທີ່ມີຄວາມສະດວກສະບາຍທີ່ສຸດ. ນັກບິນ ແລະ ນາຍຊ່າງແມ່ນໄດ້ຮັບກາຍົກລະດັບໃຫ້ມີຄວາມສາມາດ ແລະ ຊຳນານທຽບເທົ່າສາກົນ, ເຊິ່ງທ່ານໝັ້ນໃຈໄດ້ເລີຍວ່າການເດີນຂອງທ່ານ ແມ່ນເຖິງຈຸດໝາຍປາຍທາງຢ່າງປອດໄພ, ທັນເວລາ ແລະ ປະທັບໃຈຢ່າງແນ່ນອນ.
ໂຄງຮ່າງສະພາບໍລິຫານ.